top of page
Wooden Bookshelves


ວິຊາການສອນທີໂຮງຮຽນDIS ແມ່ນການສອນແບບໃດ

DIS ແມ່ນສຸມໃສ່ການພັດທະນາຂອງເດັກທັງຫມົດໃຫ້ເປັນຜູ້ທີ່ຊອກຮູ້ຮໍ່າຮຽນທັງຢູ່ໃນໂຮງຮຽນ ແລະ ນອກສະຖານທີ່. ຈາກການສໍາຫຼວດວິທີການຮຽນຮູ້ຂອງນັກຮຽນ, ວິທີການສອນຂອງຄູ, ຫຼັກການ ແລະ ການປະເມີນປະສິດທິພາບພ້ອມນັ້ນຫຼັກສູດໄດ້ເນັ້ນໜັກໃສ່ການຊອກຮູ້ຮໍ່າຮຽນ.

.

ພາສາ

ຄວາມຈຳເປັນໃນການສື່ສານເປັນສີ່ງສຳຄັນໃນການພັດທະນາພາສາ, ການສະໜັບສະໜູນ ແລະ ການເສີມຂະຫຍາຍຄວາມຄິດ ແລະ ຄວາມເຂົ້າໃຈ.

ສັງຄົມສາດ

ທີ່DIS,ສັງຄົມສາດແມ່ນການສຶກສາຂອງຄົນທີ່ກ່ຽວຂ້ອງກັບອະດີດ, ປັດຈຸບັນ,ອານາຄົດແລະສະພາບແວດລ້ອມໃນສັງຄົມ. ສັງຄົມສາດແມ່ນກະຕຸ້ນໃຫ້ເກີດຄວາມຢາກຮູ້ຢາກເຫັນແລະ ຊ່ວຍພັດທະນາຄວາມເຂົ້າໃຈກ່ຽວກັບການປ່ຽນແປງຂອງໂລກຢ່າງໄວວາ.

ຄະນິດສາດ

ສີ່ງສຳຄັນຄືຜູ້ຮຽນຮູ້ຕ້ອງໄດ້ຮັບຄວາມເຂົ້າໃຈກ່ຽວກັບຄະນິດສາດໂດຍເລີ່ມຈາກການຝຶກຝົນການຮຽນຮູ້ຕາມລະດັບທີ່ເພີ່ມຂື້ນເລື້ອຍໆດ້ວຍການຄົ້ນຫາປະສົບການ, ຄວາມເຂົ້າໃຈ ແລະ ຄວາມຮູ້ຂອງຕົນອງ.

ວິທະຍາສາດ

ທີ່DIS, ວິທະຍາສາດ ແມ່ນການວິໄຈທາງຊີວະວິທະຍາ, ເຄມີແລະທາງດ້ານຮ່າງກາຍເຊີ່ງເປັນການພົວພັນລະຫວ່າງໂລກທໍາມະຊາດຂອງພວກເຂົາ.

ສິນລະປະ

ເປັນຮູບແບບການສື່ສານທີ່ມີປະສິດທິພາບ

ໂດຍຜ່ານການຄົ້ນ ຄວ້າດ້ວຍນັກຮຽນ ແລະ ສຳພັດດ້ວຍຕົນເອງ ແລະ ພັດທະນາຄວາມເຂົ້າໃຈກ່ຽວກັບທຸກສີ່ງທຸກຢ່າງທີຢູ່ອອ້ມຕົວ ເຂົາເຈົ້າ.

ສ່ວນບຸກຄົນ, ສັງຄົມ, ພາລະສຶກສາ

ໂຮງຮຽນ DIS ເປັນການສຶກສາ ສ່ວນບຸກຄົນ, ສັງຄົມ ແລະ ທາງດ້ານກາຍະພາບແມ່ນກ່ຽວຂ້ອງກັບການເລີ່ມຕົ້ນຄຸນນະ

ພາບຊີວິດທີ່ດີຂອງແຕ່ລະບຸກຄົນໂດຍຜ່ານການສົ່ງເສີມ ແລະ ການພັດທະນາແນວຄວາມຄິດ, ຄວາມຮູ້, ທັດສະນະຄະຕິ ແລະ ທັກສະທີ່ປະກອບສ່ວນເຂົ້າໃນການເລີ່ມຕົ້ນທີ່ດີ.

© International Baccalaureate Organization 2018

Untitled design-8.png

Our Student Profiles

ແນວຄິດສາກົນ

ຈຸດເນັ້ນຫນັກຂອງຫລັກສູດDIS ຕໍ່ນ້ອງໆນັກຮຽນໃນຍຸກສະຕະວັດທີ21ນີ້ ແມ່ນບໍ່ພຽງແຕ່ສະເພາະດ້ານວິຊາການເທົ່ານັ້ນ. ແຕ່ຍັງມີວິຊາພາສາອັງກິດ, ຄະນິດສາດ, ວິທະຍາສາດ, ສັງຄົມສາດ,ສິລະປະ,ດົນຕີ,ພາລະສຶກສາແມ່ນໄດ້ຖືກກວມເອົາຢ່າງລະອຽດ. ພວກເຮົາທີ່ DIS ເບິ່ງເກີນກວ່າເນື້ອຫາຂອງແຕ່ລະວິຊານັ້ນໆເພື່ອຄິດຄົ້ນວິທີພື້ນຖານທົ່ວໄປຂອງແຕ່ລະວິຊາຕ່າງໆມາໃຫ້ນ້ອງໆນັກຮຽນເພື່ອນັກຮຽນຈະໄດ້ຮູ້ນໍາໃຊ້ຄວາມຮູ້ ແລະ ປະສົບການຂອງເຂົາເຈົ້າກັບສະຖານະການຈິງໃນຊີວິດເພືອໃຫ້ເຂົາເຈົ້າພ້ອມທີ່ຈະຮັບມືກັບສະຖານະການຕ່າງໆ ຫຼື ສີ່ງໃດກໍຕາມ.

bottom of page